# 5 Crypto Whale Tracking Tools > ຂິບຈາທູກຕວາມເຕລື່ອນໄຫວ **Published by:** [PubBit Laos](https://paragraph.com/@pubbit.la/) **Categories:** cryptocurrency, laos, pubbit, cryptowhale, #ຄຣິບໂຕ, bitcoin **URL:** https://paragraph.com/@pubbit.la/5-crypto-whale-tracking-tools ## Content 🌠ການທີ່ເຮົາເປັນນັກເທຣດລາຍຍ່ອຍ ເຮົາຕ້ອງໄດ້ສຶກສາ ແລະເຂົ້າໃຈພຶດຕິກຳຂອງບັນດາວານຄຣິບໂຕທັງຫຼາຍ ໂດຍຂໍ້ມູນເຫຼົ່ານີ້ຈະເປັນຕົວຊ່ວຍ ເພີ່ມປະສິດທິພາບໃນການຕັດສິນໃຈ ເຮັດໃຫ້ເຮົາເຂົ້າໃຈໄດ້ຫຼາຍຂຶ້ນວ່າຕະຫຼາດຄຣິບໂຕກຳລັງເກີດຫຍັງຂຶ້ນ. . ⛵️ເຄື່ອງມືຈັບການພຶດຕິກຳ ແລະວິເຄາະການເທຣດຂອງກະເປົາເຈົ້າມື ຈະຊ່ວຍບອກເວລາທີ່ເຮົາຄວນກຽມພ້ອມຮັບມືກັບຄວາມຜັນຜວນທີ່ອາດເກີດຂຶ້ນ ແລະບອກໃຫ້ເຮົາຮູ້ວ່າເວລາໃດເປັນຈັງຫວະທີ່ດີໃນການເຂົ້າເທຣດ. . 🌠ວານຄຣິບໂຕແມ່ນຫຍັງ? . ⛵️ວານຄຣິບໂຕ ສື່ເຖິງບຸກຄົນ, ກຸ່ມຄົນ ຫຼືອົງກອນທີ່ມີອິດທິພົນຕໍ່ຕະຫຼາດຄຣິບໂຕ, ນັກເທຣດກຸ່ມນີ້ຖືກເອີ້ນວ່າ “ວານ” ຫຼືບາງຄົນຈະເອີ້ນວ່າເຈົ້າມື ເຊິ່ງວານມັກຈະຖືຫຼຽນໃດຫຼຽນໜຶ່ງເປັນຈຳນວນຫຼາຍ ພໍທີ່ຈະມີຜົນກະທົບຕໍ່ລາຄາຂອງຫຼຽນ ຢ່າງເຊັ່ນຖື 10% ຂອງຫຼຽນທີ່ມີທັງໝົດ, ວານບາງກຸ່ມຈະຖືພຽງຫຼຽນປະເພດດຽວ ແຕ່ສ່ວນຫຼາຍຈະກະຈາຍຖືຫຼຽນຫຼາຍໆສະກຸນ. . 🌠ເປັນຫຍັງການເຝົ້າເບິ່ງພຶດຕິກຳຂອງວານຈຶ່ງຈຳເປັນ? . ⛵️ກະເປົາ Holders ໃຫຍ່ໆທີ່ຖືຫຼຽນເປັນຈຳນວນຫຼາຍ ຈະມີຜົນຕໍ່ລາຄາຂອງຫຼຽນ ເຄື່ອງມືຕິດຕາມວານຈະຊ່ວຍກວດຈັບການເຄື່ອນໄຫວຂອງກະເປົາເຫຼົ່ານັ້ນ ເມື່ອເກີດທຸລະກຳຂະໜາດໃຫຍ່ຂອງຫຼຽນ ຈະສົ່ງຜົນໄປໃນສອງທິດທາງຄື: . 🔮ຖ້າຫຼຽນຄຣິບໂຕຈຳນວນຫຼາຍຖືກໂອນເຂົ້ນກະດານເທຣດໂດຍວານ ນັ້ນໝາຍຄວາມວ່າມີໂອກາດທີ່ຫຼຽນນັ້ນຈະຖືກເທຂາຍ ຫຼຽນໄຫຼເຂົ້າກະດານເທຣດໂດຍສ່ວນໃຫຍ່ຈະສົ່ງຜົນເຮັດໃຫ້ລາຄາຫຼຽນລົງ (ຍົກເວັ້ນ Stablecoin) . 🔮ຖ້າຫຼຽນຖືກເຄື່ອນຍ້າຍອອກຈາກກະດານເທຣດໄປເຂົ້າ “ກະເປົາຄຣິບໂຕ” ນັ້ນອາດໝາຍເຖິງວານໂອນຫຼຽນອອກໄປເກັບໄວ້ກະເປົາສ່ວນຕົວ ໂດຍສ່ວນໃຫຍ່ຈະເຮັດໃຫ້ລາຄາຫຼຽນຂຶ້ນ ເພາະມັນຄາຍຄວາມກັງວົນຂອງນັກເທຣດລາຍຍ່ອຍ ວ່າວານຈະບໍ່ເທຂາຍຫຼຽນນັ້ນແລ້ວ. . 🔮ເມື່ອຫຼຽນຖືກໂອນຍ້າຍເຂົ້າ Exchanges ມັນກໍບໍ່ໄດ້ສະແດງວ່າວານຈະເທຂາຍຫຼຽນນັ້ນສະເໝີໄປ ເພາະຖ້າຄົນກຸ່ມໃຫຍ່ທີ່ບໍ່ແມ່ນວານເກີດ Panics ກັບການທຸລະກຳຍ້າຍຫຼຽນຂອງວານ ແລ້ວເທຂາຍຫຼຽນພ້ອມໆກັນ ກໍສາມາດສົ່ງຜົນໃຫ້ລາຄາຕົກລົງໄດ້ຄືກັນ. . 🌠ວິທີຕິດຕາມການເຄື່ອນໄຫວຂອງວານ? ☄️On Chain Analysis . ⛵️ທຸກການເຄື່ອນໄຫວທີ່ເກີດຂຶ້ນເທິງບລ໊ອກເຊນຈະເອີ້ນວ່າ “On-Chain Analysis” ການວິເຄາະແບບນີ້ເຮົາຈະເນັ້ນເບິ່ງມູນຄ່າ ແລະຂະໜາດຂອງບລ໊ອກ ຖ້າມູນຄ່າທຸລະກຳສູງ, ໝາຍຄວາມວ່າຫຼຽນກຳລັງຖືກປ່ຽນມື. ບລ໊ອກຂະໜາດໃຫຍ່ບົ່ງບອກເຖິງຂໍ້ມູນຈຳນວນຫຼາຍ. . ⛵️ເຮົາສາມາດວິເຄາະ Address ທີ່ເຮັດທຸລະກຳນັ້ນວ່າຖືຫຼຽນຈຳນວນຫຼາຍ ແລະເປັນວານຫຼືບໍ່, ຖ້າຮູ້ແລ້ວເຮົາສາມາດກວດຄືນເບິ່ງໄດ້ວ່າກະເປົານັ້ນເຮັດທຸລະກຳຫຍັງໄປແດ່ ຫຼຽນຖືກໂອນໄປໃສແດ່. . 🏜️ທຸລະກຳ 3 ຮູບແບບເທິງບລ໊ອກເຊນສາມາດບອກເຮົາໄດ້ຫຼາຍຢ່າງກ່ຽວກັບພຶດຕິກຳຂອງວານ. . 🏝️Wallet-to-Exchange Transactions ທຸລະກຳຈາກກະເປົາໄປກະດານເທຣດ ⛵️ເມື່ອວານເຄື່ອນຍ້າຍຫຼຽນເຂົ້າກະດານເທຣດ ມີຄວາມເປັນໄປໄດ້ສູງທີ່ຫຼຽນຈະຖືກເອົາມາເທຣດ, ຈຳນວນ ແລະປະເພດຂອງຫຼຽນຈະເຮັດໃຫ້ລາຄາຂຶ້ນ ຫຼືອາດຈະດິ່ງລົງ, ຍິາງຖ້າເປັນຫຼຽນທີ່ມີຄວາມຜັນຜວນສູງ ຍິ່ງມີຄວາທເປັນໄປໄດ້ທີ່ຈະຖືກເທຂາຍ. . ແຕ່ຖ້າເປັນ Stablecoins ບົ່ງບອກເຖິງຈະມີການລົງທຶນໃນຫຼຽນໃດຫຼຽນໜຶ່ງ. . 🌠Exchange-to-Wallet Transactions ທຸລະກຳຈາກກະດານເທຣດໄປກະເປົາ ⛵️ການເອົາຫຼຽນອອກຈາກ Exchange ໝາຍເຖິງຈະຫຼຸດຈຳນວນຫຼຽນທີ່ໝູນວຽນຢູ່ ແຕ່ຖ້າຫຼຽນນັ້ນເປັນ Stablecoins ອາດຈະສົ່ງຜົນເຮັດໃຫ້ມູນຄ່າຫຼຽນອື່ນໆຫຼຸດລົງ ເພາະມັນໝາຍເຖິງວ່າຈະບໍ່ມີການລົງທຶນຫຼຽນໃດໆເພີ່ມອີກ. . 🌠Wallet-to-Wallet Transactions ຈາກກະເປົາໄປກະເປົາ ⛵️ການເຄື່ອນຍ້າຍລັກສະນະນີ້ບົ່ງບອກເຖິງວານກຳລັງສັບປ່ຽນຈາກກະເປົາໜຶ່ງໄປອີກກະເປົາໜຶ່ງ, ໂດຍຈະບໍ່ຄ່ອຍສົ່ງຜົນຫຍັງກັບລາຄາຂອງຫຼຽນ ບາງຄັ້ງກໍອາດຈະເປັນການຊື້ຂາຍນອກກະດານເທຣດ (OTC). . 🌠ຂໍ້ດີ ແລະຂໍ້ເສຍຂອງເຄື່ອງມືຕິດຕາມວານ 🔮ຮູ້ຈັກຂໍ້ດີຂໍ້ເສຍຂອງເຄື່ອງມື ຈະສາມາດເປັນຕົວຊ່ວຍປະກອບການຕັດສິນໃຈຂອງໝູ່ເພື່ອນໃຫ້ດີຍິ່ງຂຶ້ນ ມາເບິ່ງກັນວ່າຂໍ້ດີຂໍ້ເສຍມີຫຍັງແດ່: . 🌠ຂໍ້ດີ ⛵️ຕິດຕາມການເຄື່ອນໄຫວຂອງວານຄຣິບໂຕ ຈະຊ່ວຍໃຫ້ເພີ່ມຄວາມໄດ້ປຽບໃນຕະຫຼາດ ເຄື່ອງມືຈະເຮັດໃຫ້ເຮົາຕິດຕາມ ແລະວິເຄາະໄດ້ງ່າຍຂຶ້ນ ເພາະມັນໄດ້ເຮັດວຽກໃນສ່ວນຄົ້ນຫາ ແລະວິເຄາະເບື້ອງຕົ້ນມາໃຫ້ແລ້ວ. . 🔮ເຮົາຈະເຫັນການປ່ຽນແປງໄດ້ໄວກວ່າເຮົາວິເຄາະດ້ວຍຕົວເອງ ຖ້າຊັກຊ້າ ເຮົາອາດຈະພາດໂອກາດດີໆໃນການເຂົ້າຊື້ຫຼຽນໃນລາຄາຕ່ຳໆ ກ່ອນລາຄາຈະປັບໂຕຂຶ້ນ ຫຼື ອາດຈະເຫັນຈັງຫວະເທຂາຍຫຼຽນອອກກ່ອນຈະມີການ Dump ເກີດຂຶ້ນ. . 🔮ແຜ່ນພາບ, ກຣາຟ ແລະຂໍ້ມູນທີ່ເຄື່ອງມືຕິດຕາມວານມີໃຫ້ເຂົ້າໃຈໄດ້ງ່າຍ ຈະເຮັດໃຫ້ເຮົາເຫັນພາບລວມຂອງຕະຫຼາດແລະຊ່ວຍໃຫ້ຮຽນຮູ້ໄດ້ໄວຂຶ້ນ. . 🏝️ຂໍ້ເສຍ ເຖິງຈະມີຂໍ້ເສຍພຽງບໍ່ເທົ່າໃດຂໍ້ ແຕ່ມັນກໍສຳຄັນທີ່ເຮົາຄວນທີ່ຈະລະວັງໄວ້ຢ່າງເຊັ່ນ: . ⛵️ຖ້າເຮົາໄປໂຟກັສພຽງແຕ່ເລື່ອງຂອງວານ ເຮົາອາດຈະລືມປັດໄຈອື່ນໆທີ່ສົ່ງຜົນຕໍ່ຕະຫຼາດຄຣິບໂຕ ວານກໍປຽບສະເໝືອນປາໂຕໃຫຍ່ໃນມະຫາສະໝຸດ ແຕ່ບໍ່ແມ່ນໂຕຊີ້ວັດດຽວທີ່ເຮັດໃຫ້ທິດທາງຂອງຕະຫຼາດປ່ຽນ. . ⛵️ວານມີສິນຊັນຈຳນວນມະຫາສານ ບາງຄັ້ງອາດຈະເຮັດໃນສິ່ງທີ່ສຸ່ມສ່ຽງທີ່ນັກເທຣດທົ່ວໄປບໍ່ຄວນເຮັດຕາມ ບາງທີວານກໍສາມາດຕັດສິນໃຈຜິດພາດໄດ້ຄືກັນ. . ⛵️ເຄື່ອງມືຟຣີສ່ວນຫຼາຍຈະມີຟີດເຈີທີ່ຈຳກັດ ຖ້າເປັນເຄື່ອງມືແບບເຈາະເລິກ ອາດຈະຕ້ອງໄດ້ຈ່າຍເພີ່ມຕັ້ງແຕ່ 10$ - 1000$ ຕໍ່ປີ. . 🌠5 ເຄື່ອງມືຕາມການເຄື່ອນໄຫວຂອງວານທີ່ PubBit ແນະນຳ . ☄️1. Whale Alert https://whale-alert.io/ 🏜️Whale Alert ແມ່ນເຄື່ອງມືບໍລິການຕິດຕາມເທິງບລ໊ອກເຊນ ແລະແຈ້ງເຕືອນ ຮອງຮັບໃນຫຼາຍໆເຊນ ລວມເຖິງ Bitcoin, Ethereum ແລະ HIVE. ສາມາດໃຊ້ຟຣີ ແຕ່ຈະບໍ່ມີແຈ້ງເຕືອນ ແລະຈະຖືກຈຳກັດຂໍ້ມູນບາງສ່ວນເຊັ່ນ ທຸລະກຳທີ່ມີມູນຄ່າເກີນ $500K ແລະທຸລະກຳຍ້ອນຫຼັງໃນ 1 ຊົ່ວໂມງ ເຊິ່ງຈະຕ້ອງໄດ້ຈ່າຍ $9.95 ສຳຫຼັບບໍລິການໃນສ່ວນນີ້. . ☄️2. ClankApp https://clankapp.com/ 🏜️ໃນ ClankApp ຈະມີການຈັດອັນດັບທຸລະກຳທີ່ໃຫຍ່ທີ່ສຸດແບບລາຍວັນ ແລະລາຍອາທິດໃຫ້ເຮົາໄດ້ວິເຄາະ ສາມາດຕິດຕາມໄດ້ທັງທາງ Telegram Twitter ຫຼືໃຫ້ແຈ້ງເຕືອນທາງອີເມວ ທີ່ສຳຄັນຄືຟຣີ ໂດຍທາງຜູ້ພັດທະນາຈະຂໍໃຫ້ Donate ໃຫ້ໂດຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອຈ່າຍຄ່າ Server. . ☄️3. Whalemap https://whalemap.io/ 🏜️Whalemap ໃຊ້ງານໄດ້ຟຣີ ແຖມມີຂໍ້ມູນອັດແໜ້ນ ແລະຈະມີແນະນຳວິທີການເອົາຂໍ້ມູນຕ່າງໆມາວິເຄາະພ້ອມ. . ⚙️ໃນເວັບໄຊ້ຍັງມີຄອສສອນທີ່ກ່ຽວກັບບລ໊ອກເຊນ, ການເທຣດ ແລະການອ່ານກຣາຟ ທີ່ພ້ອມຈະໃຫ້ມືໃໝ່ມາຮຽນຮູ້ ແລະນຳໄປໃຊ້. . ☄️4. Whale Watchers https://whalewatchers.co/ 🏜️Whale Watchers ນອກຈາກຈະຕິດຕາມວານໃນດ້ານຫຼຽນຄຣິບໂຕໄດ້ແລ້ວ ຍັງສາມາດຕິດຕາມ NFT ໄດ້ນຳ, ໂດຍຈະມີທັງແບບຟຣີ ແລະເສຍເງິນໃຫ້ເລືອກໃຊ້ ເຊິ່ງແບບເສຍເງິນທີ່ຖືກເອີ້ນວ່າ “Captain’s Club” ຈະໄດ້ຮັບການແຈ້ງເຕືອນທີ່ໄວກວ່າແບບຟຣີ. . ⚙️ເວັບນີ້ຖືວ່າເໝາະກັບນັກເທຣດທີ່ສົນໃຈໃນ NFT ທີ່ສຸດ ເພາະໂຕເວັບເອງຈະເນັ້ນໄປທາງວານໃນຝັ່ງຂອງ NFT ຢ່າງເຊັ່ນການ Mint ຫຼືການກວດຊື້ NFT ລາຄາ Floor. . ☄️5. WhaleBot Alerts https://t.me/s/WhaleBotAlerts 🏜️WhaleBot Alerts ເປັບຄອມມູໃນ Telegram ທີ່ຈະຄອຍແຈ້ງເຕືອນທຸລະກຳຂອງວານ. ບາງຄັ້ງຈະມີ Heatmaps ແລະ ແຜ່ນພູມທີ່ສາມາດເອົາມາວິເຄາະຕໍ່ໄດ້ ແຕ່ການແຈ້ງເຕືອນສ່ວນໃຫຍ່ຈະມາໃນຮູບແບບທີ່ບໍ່ມີຂໍ້ຄວາມກຳກັບບອກ ຄ້າຍກັບວ່າຈະໃຫ້ຄົນທີ່ມີປະສົບການເບິ່ງ ຫຼາຍກວ່າມືໃໝ່. . 🌠ຄຳສົ່ງທ້າຍ ເພື່ອນໆສາມາດໃຊ້ປະໂຫຍດຈາກເຄື່ອງມືຕິດຕາມວານໄດ້ ບໍ່ວ່າຈະວາງແຜນທີ່ຈະເທຣດຫຼືບໍ່ ການສຶກສາການເຄື່ອນໄຫວຂອງເຈົ້າມືລາຍໃຫຍ່ ກໍສາມາດເຮັດໃຫ້ເຮົາຮຽນຮູ້ຕະຫຼາດໄດ້ດີຂຶ້ນ. ## Publication Information - [PubBit Laos](https://paragraph.com/@pubbit.la/): Publication homepage - [All Posts](https://paragraph.com/@pubbit.la/): More posts from this publication - [RSS Feed](https://api.paragraph.com/blogs/rss/@pubbit.la): Subscribe to updates ## Optional - [Collect as NFT](https://paragraph.com/@pubbit.la/5-crypto-whale-tracking-tools): Support the author by collecting this post - [View Collectors](https://paragraph.com/@pubbit.la/5-crypto-whale-tracking-tools/collectors): See who has collected this post