# 🟡ສະຫຼຸບຂ່າວເດັ່ນໃນແວດວົງຄຣິບໂຕແລະການລົງທຶນ

*ປະຈຳອາທິດທີ່ 6 ມີນາ ກັບ PubBit Weekly News Update 06/03/2023*

By [PubBit Laos](https://paragraph.com/@pubbit.la) · 2023-03-06

---

![](https://storage.googleapis.com/papyrus_images/37d192bcea2bbf2b691da5e2a143c02c.png)

🔴PubBit Weekly News Update 06/03/2023
--------------------------------------

### 🟡1. Coinbase ຢຸດຕິການສະໜັບສະໜູນ Binance USD (BUSD) ເລີ່ມ 13 ມີນານີ້! ເພາະບໍ່ສອດຄ້ອງກັບມາດຕະຖານການລິສຫຼຽນ.

🧵Coinbase ປະກາດເທິງ Twitter ໃນວັນທີ່ 27 ກຸມພາ ວ່າຈະຢຸດຕິການສະໜັບສະໜູນຫຼຽນ BUSD ໂດຍຈະເລີ່ມມີຜົນບັງຄັບໃຊ້ວັນທີ່ 13 ມີນານີ້, ທາງແພລັດຟອມໃຫ້ເຫດຜົນໃນການປ່ຽນແປງຄັ້ງນີ້ວ່າກ່ຽວກັບ “ມາດຕະຖານຂອງການລິສຫຼຽນໃນແພລັດຟອມ.

ການເຄື່ອນໄຫວຄັ້ງນີ້ຈະມີຜົນບັງຄັບໃຊ້ກັບແພລັດຟອມໃນເຄືອ Coinbase ທັງໝົດ, ເຊິ່ງກໍຄື [Coinbase.com](http://Coinbase.com) (ທັງ Simple ແລະ Advanced), Coinbase Pro, Coinbase Exchange ແລະ Coinbase Prime ນອກຈາກນີ້ທາງ Exchange ໄດ້ອອກມາໃຫ້ຄວາມໝັ້ນໃຈລູກຄ້າວ່າ “BUSD ເທິງ Coinbase ຍັງປອດໄພ ເຂົ້າເຖິງໄດ້ຕະຫຼອດຄືເກົ່າ ແລະຍັງຖອນໄດ້ຕະຫຼອດຕາມທີ່ຕ້ອງການ”.

ການເຄື່ອນໄຫວຂອງ Coinbase ຄັ້ງນີ້ຖືວ່າເປັນກະດານເທຣດເຈົ້າແລກທີ່ປະກາດຍົກເລີກການສະໜັບສະໜູນ BUSD ຢ່າງເປັນທາງການ ເຊິ່ງສື່ຕ່າງໆຄາດວ່າຈະຄ່ອຍໆມີເຈົ້າອື່ນໆປະກາດຍົກເລີກສະໜັບສະໜູນອອກມາຕາມໆກັນໄປ.

### 🟡2. ຫຸ້ນ Silvergate ທະນາຄານຄຣິບໂຕດິ່ງລົງ 50 ກວ່າ % ເພາະລູກຄ້າພາກັນແຫ່ໜີ ເນື່ອງຈາກກັງວົນສະຖານະດ້ານການເງິນຂອງທະນາຄານ.

🧵ໃນວັນພະຫັດທີ່ຜ່ານມາ Coinbase, Circle, Paxos, [Crypto.com](http://Crypto.com), Bitstamp, Cboe Digital Market, Gemini ແລະອື່ນໆ ໄດ້ແຫ່ລະງັບການເຮັດທຸລະກຳ ແລະການຮ່ວມມືທາງທຸລະກິດອື່ນໆກັບທາງ Silvergate Bank ທະນາຄານຄຣິບຊັ້ນນຳຂອງໂລກ. ຫຼັງຈາກທາງທະນາຄານປະກາດຂໍເລື່ອນການລາຍງານການເງິນປະຈຳປີອອກໄປ ເຮັດໃຫ້ຫຼາຍຝ່າຍເກີດຄວາມກັງວົນ ວ່າ Silvergate ກຳລັງມີບັນຫາທາງດ້ານການເງິນຢູ່ຫຼືບໍ່ ສົ່ງຜົນໃຫ້ຫຸ້ນຕົກລົງຢ່າງໜັກ ຫຼາຍກວ່າ 50%.

![](https://storage.googleapis.com/papyrus_images/814cce3a74da3d459e6f6a573549e8a9.jpg)

### 🟡3. ”Bluesky” Twitter ໃນຮູບແບບໄຮ້ສູນກາງ (Decentralized) ຂອງ Jack Dorsey ລົງ App Store ແລ້ວໃນຮອບທົດສອບ.

🧵Jack Dorsey ຜູ້ກໍ່ຕັ້ງແລະເປັນອາດີດ CEO ຂອງແພລັດຟອມ Twitter ໄດ້ປ່ອຍແພລັດຟອມ “Decentralized social networking” ຂອງໂຕເອງອອກມາໃຫ້ທົດສອບແລ້ວໃນຮອບ Private beta testing ທີ່ຈະໃຫ້ບຸກຄົນທີ່ໄດ້ຮັບເຊີນເທົ່ານັ້ນ ເຂົ້າມາທົດສອບແລະໃນປັດຈຸບັນມີຍອດດາວນ໌ໂຫຼດທີ່ 2,000 ຄັ້ງ.

ຈາກການພຣີວິວໂດຍລວມໃນແອັບສະໂຕຣ໌ Bluesky ໜ້າຕາຈະຄ້າຍກັບ Twitter, ຫຼາຍໆຟີດເຈີກໍມີຄ້າຍໆກັນ ບໍ່ວ່າຈະເປັນ ຜູ້ຕິດຕາມ, ໂພສ ແລະການຕອບກັບ. ນອກຈາກນັ້ນທີ່ໜ້າຟີດຍັງມີປຸ່ມ Like, comments ແລະ reposts ອີກດ້ວຍ.

### 🟡4. Polygon ເປີດໃຊ້ງານບໍລິການຢືນຢັນຕົວຕົນຜ່ານທາງ Web3 ໂດຍໃຊ້ການກວດສອບແບບ Zero-Knowledge.

🧵Polygon Sidechain ຂອງ Ethereum ໄດ້ປະກາດປ່ອຍບໍລິການຢືນຢັນຕົວຕົນຜ່ານທາງ Web3 ໂດຍໃຊ້ຊື່ວ່າ “Polygon ID” ທີ່ຈະໃຫ້ແອັບຕ່າງຢູ່ເທິງພື້ນຖານບລ໊ອກເຊນຢືນຢັນຕົວຕົນຂໍ້ມູນຜູ້ໃຊ້ໂດຍບໍ່ເຮັດໃຫ້ເກີດຄວາມສ່ຽງຕໍ່ຂໍ້ມູນສ່ວນຕົວຂອງຜູ້ໃຊ້.

ໂປຣເຈັກຄຣິບໂຕແລະ NFT ຢ່າງ Kaleido, Fractal ແລະ [Collab.Land](http://Collab.Land) ກໍໄດ້ໃຫ້ການສະໜັບສະໜູນຟີດເຈີໃໝ່ນີ້, ແລະມັນຈະມາພ້ອມກັບເຄື່ອງມືສຳຫຼັບນັກພັດທະນາ, Polygon ID ສາມາດຢືນຢັນຂໍ້ມູນຜູ້ໃຊ້ໂດຍທີ່ບໍ່ກະທົບຄວາມເປັນສ່ວນຕົວແບບ On-chain, ເພາະມັນຈະໃຊ້ການຢືນຢັນແບບ Zero-Knowledge ທີ່ຈະຢືນຢັນຕົວຕົນໂດຍຍັງເປັນການເຂົ້າລະຫັດແລະຍັງສາມາດເຊື່ອງຂໍ້ມູນຈາກຜູ້ຢືນຢັນໄດ້ອີກດ້ວຍ.

### 🟡5. MakerDAO ມີແຜນອະນຸຍາດໃຫ້ໃຊ້ MKR ເປັນຫຼັກຊັບໃນການກູ້ຢືມ DAI ສ້າງຄວາມກັງວົນໃຫ້ກັບຜູ້ໃຊ້ ວ່າແບບນີ້ມັນກໍບໍ່ຕ່າງຫຍັງກັບ UST ຂອງ LUNA Terra.

🧵MakerDAO ເອີ້ນໄດ້ວ່າເປັນໜຶ່ງໃນແພລັດຟອມ DeFi ທີ່ເກົ່າແກ່ແລະໃຫຍ່ທີ່ສຸດໃນວົງການ ຕອນນີ້ກຳລັງມີປະເດັນທີ່ເປັນທີ່ຖົກຖຽງກັນໃນຄອມມູນິຕີ້ ແລະບາງກຸ່ມກໍອອກມາການສະແດງຄວາມຜິດຫວັງຕໍ່ MakerDAO ເລື່ອງແຜນທີ່ຈະໃຫ້ໃຊ້ MKR ເປັນຫຼັບຊັບຄ້ຳປະກັບໃຫ້ກູ້ DAI ໄດ້.

ເພາະແຜນໃຫ້ກູ້ DAI ໂດຍການອະນຸຍາດໃຫ້ໃຊ້ MKR ຄ້ຳນີ້ມັນກໍບໍ່ຕ່າງຫຍັງກັບລະບົບການເຮັດວຽກຂອງ UST ຂອງ Terra ທີ່ໄດ້ລົ້ມສະລາຍໄປແລ້ວ ເຊິ່ງມີມູນຄ່າຕະຫຼາດກວ່າ $40b.

### 🟡6. ທະນາຄານກາງອົດສະຕາລີ່ກຳລັງທົດສອບ “Use Cases” ຂອງ eAUD ນຳໂດຍ MasterCard.

🧵ທະນາຄານກາງ Australia ໄດ້ເປີດເຜີຍຂໍ້ມູນວ່າ CBDC ຂອງອົດສະຕາລີ່ “eAUD” ກຳລັງຢູ່ໃນຂັ້ນຕອນຂອງການທົດສອບ Use cases ໂດຍຈະທົດສອບການໃຊ້ງານມາຕັ້ງແຕ່ ການຈ່າຍ Bond ໄປຈົນເຖິງການເທຣດສິນຊັບຕ່າງໆ. ຜູ້ເຂົ້າຮ່ວມການທົດສອບໃນຄັ້ງນີ້ມີຕັ້ງແຕ່ບໍລິສັດ Fintech ຂະໜາດນ້ອຍໄປຈົນຮອດສະຖາບັນການເງິນລະດັບໃຫຍ່ໆຂອງອຸດສາຫະກຳ.

#newsupdate #pubbit #cbdc #busd #binance #coinbase #dai #makerdao #polygon #silvergate #twitter

![](https://storage.googleapis.com/papyrus_images/19e996117bd5e435257a68b7655de939.jpg)

### _🟪nativ_

### _ເມື່ອຍບໍກັບການທີ່ຕ້ອງມາສຶກສາຂໍ້ມູນທີ່ສຸດຈະຊັບຊ້ອນຂອງໂລກຄຣິບໂຕ? ນັບຕັ້ງແຕ່ຕ້ອງມາຫາວິທີເກັບ Seed phrase ຫຼືຈະຕ້ອງມາລະວັງບໍ່ໃຫ້ສົ່ງຫຼຽນຜິດເຊນ ສ່ຽງຫຼຽນຫາຍສາບສູນໄປຕະຫຼອດການ, ຈະເຫັນໄດ້ເລີຍວ່າການບໍລິຫານຫຼຽນຄຣິບໂຕໃນມືບໍ່ແມ່ນເລື່ອງງ່າຍ_

_._

_ຂະໜາດຍັງບໍ່ໄດ້ເວົ້າເຖິງຫຼຽນ Cryptocurrency ທີ່ມີຫຼາກຫຼາຍມະຫາສານທີ່ຕ້ອງເລືອກວ່າຈະເອົາເງິນໄປລົງໂຕໃດດີ, ຍັງຈະມີສະເຕກກິ້ງພູລ (Staking Pool) ອີກຫຼາຍຮ້ອຍອັນທີ່ກໍມີຜົນຕອບແທນທີ່ແຕກຕ່າງກັນ ແລະຍັງຈະຕ້ອງເລືອກວ່າຈະສະເຕກແບບລ໊ອກຫຼືບໍ່ລ໊ອກອີກ, ທີ່ຖ້າເລືອກແບບລ໊ອກອາດຈະໄດ້ຜົນຕອບແທນສູງແຕ່ຕ້ອງແລກດ້ວຍສະພາບຄ່ອງທີ່ໜ້ອຍລົງ, ທາງເລືອກທີ່ອາດຈະຫຼາຍເກີນໄປ ຄວາມຄຸ້ນເຄີຍໃນການເງິນແບບໃໝ່ເຫຼົ່ານີ້ອາດຈະເປັນໜຶ່ງສາເຫດທີ່ເຮັດໃຫ້ເຮົາຫຼາຍໆຄົນ ບໍ່ສາມາດເຮັດໃຫ້ Portfolio ເຕີບໂຕຂຶ້ນໄດ້ຢ່າງເຕັມທີ່ ທີ່ສາມາດເປັນໄປໄດ້_

_🟪NATIV ຈະເຮັດໃຫ້ກາຍເປັນເລື່ອງງ່າຍ!_

_._

_NATIV ຄືກະເປົາຄຣິບໂຕຮູບແບບໃໝ່ທີ່ຊົງພະລັງ ທີ່ໄດ້ລວບລວມຟັງຊັ່ນສຳຄັນຢ່າງເຊັ່ນ: ການໂອນຫຼຽນ, ການແລກປ່ຽນຫຼຽນ ແລະການເກັບອອມ ມາໄວ້ໃຫ້ຄົບຈົບໃນບ່ອນດຽວ. ເຮົາໃຊ້ເທັກໂນໂລຢີການເຂົ້າລະຫັດ ແລະລະບົບກວດສອບຕົວຕົນທີ່ລ້ຳສະໄໝ ເພື່ອໃຫ້ໝັ້ນໃຈວ່າແພັດຟອມຂອງເຮົາມີຄວາມປອດໄພສູງສຸດ, ໝັ້ນໃຈດ້ວຍລະບົບຫຼັງບ້ານທີ່ມີຄຸນະພາບຈາກບໍລິສັດຍັກໃຫຍ່ທີ່ເປັນຜູ້ອອກຫຼຽນ USDC ຢ່າງ Circle ແລະບໍລິສັດໃຫ້ບໍລິການດ້ານ Wallet SDK ທີ່ຜ່ານ ISO 27001 ຢ່າງ Cybavo. ລະບົບແລກປ່ຽນຫຼຽນແບບທັນທີ (Instant Swap) ຂອງເຮົາໄດ້ຮັບຄວາມຮ່ວມມືຈາກ Woo ຕະຫຼາດແລກປ່ຽນລະດັບໂລກທີ່ມີຊື່ສຽງດ້ານສະພາບຄ່ອງທີ່ສູງຫຼາຍ ຊ່ວຍໃຫ້ຜູ້ໃຊ້ຊື້ຂາຍໄດ້ຢ່າງສະບາຍໃຈແບບບໍ່ຕ້ອງກັງວົນວ່າທຸລະກຳຈະບໍ່ຜ່ານ._

_ຄົບຈົບໃນແອັບດຽວ ແບບບໍ່ສ່ຽງໂອນຜິດເຊນ_ [**_Download_**](https://linktr.ee/nativ.me) _ເລີຍ!!_

👉Download now: [https://linktr.ee/nativ.me](https://linktr.ee/nativ.me)

👉🇺🇸https://[www.facebook.com/nativ.me](http://www.facebook.com/nativ.me)

👉🇱🇦https://[www.facebook.com/nativ.laos](http://www.facebook.com/nativ.laos)

👉🇹🇭https://[www.facebook.com/nativ.thailand](http://www.facebook.com/nativ.thailand)

👉📸https://[www.instagram.com/nativ.me/](http://www.instagram.com/nativ.me/)

👉🐦 [https://twitter.com/nativ\_me](https://twitter.com/nativ_me)

.

👉🇺🇸Visit NATIV Website - [https://www.nativ.me/](https://www.nativ.me/)

---

*Originally published on [PubBit Laos](https://paragraph.com/@pubbit.la/pubbitweekly060323)*
