PubBit Laos
Subscribe
🌠Silicon Valley Bank (SVB) ລົ້ມລະລາຍ! ລະເບີດເວລາລູກໃໝ່ໃນຕະຫຼາດຄຣິບໂຕ ແລະວົງການ Start-Up
🧵ສະຫະລັດໄດ້ສັ່ງປິດກິດຈະການ Silicon Valley Bank (SVB) ເຊິ່ງເປັນທະນາຄານທີ່ເນັ້ນໃຫ້ບໍລິການເງິນກູ້ໃຫ້ກັບບໍລິສັດສະຕາດອັບ ຫຼັງຈາກພົບກັບບັນຫາສະພາບຄ່ອງຮຸນແຮງຈົນລູກຄ້າແຫ່ຖອນເງິນ ນັບວ່າເປັນການລົ້ມສະລາຍຂອງສະຖາບັນການເງິນຄັ້ງໃຫຍ່ທີ່ສຸດຂອງສະຫະລັດ ຕັ້ງແຕ່ວິກິດການເງິນໂລກຕອນປີ 2008.
Federal Deposit Insurance Corporation (FDIC) ສະຖາບັນຂອງລັດຖະບານສະຫະລັດ ທີ່ໃຫ້ປະກັນເງິນຝາກຈາກຄວາມລົ້ມເຫຼວຂອງທະນາຄານ ຈະເຂົ້າມາເປັນຜູ້ດູແລສິນຊັບຂອງ SVB ໂດຍ FDIC ຈະເຮັດການຂາຍສິນຊັບ (Liquidate) ຂອງທະນາຄານເພື່ອຈ່າຍເງິນຄືນໃຫ້ກັບຜູ້ຝາກເງິນ ແລະບັນດາເຈົ້າໜີ້ທະນາຄານ.
ໂດຍສຳນັກງານໃຫຍ່ ແລະສາຂາຕ່າງໆຂອງ SVB ຈະກັບມາເປີດໃຫ້ບໍລິການໃນວັນທີ 13 ມິນາ. ໂດຍຜູ້ຝາກເງິນທີ່ມີປະກັນຈະສາມາດເຂົ້າເຖິງເງິນສ່ວນທີ່ໄດ້ຮັບຄວາມຄຸ້ມຄອງ 250,000 ໂດລາຕໍ່ 1 ບັນຊິ ແລະຈະຈ່າຍດອກເບ້ຍລ່ວງໜ້າໃຫ້ກັບຜູ້ຝາກເງິນທີ່ບໍ່ມີປະກັນພາຍໃນອາທິດໜ້າ.
ແຫຼ່ງອ້າງອິງ: The Block
🌠ຫຼຽນ USDC ຫຼຸດ Peg ຫຼັງພົບວ່າ Circle ມີເງິນ 3.3 ພັນລ້ານໂດລາຢູ່ໃນ Silicon Valley Bank ທີ່ຫາກໍລົ້ມລະລາຍ.
🧵Circle ບໍລິສັດຜູ້ອອກຫຼຽນ USDC ໄດ້ຢືນຢັນໃນຕອນແລງວັນສຸກທີ່ຜ່ານມາວ່າ ມິເງິນທຶນສຳຮອງປະມານ 3.3 ພັນລ້ານໂດລາທີ່ຍັງຢູ່ກັບ SVB, ຂ່າວນີ້ສົ່ງຜົນໃຫ້ລາຄາຫຼຽນ USDC ຫຼຸດການຢຶດມູນຄ່າຈາກ 1 ໂດລາລົງໄປຕ່ຳສຸດທີ່ 0.88$.
🧵ກ່ອນໜ້ານີ້ Circle ທະວີດວ່າ SVB ເປັນໜຶ່ງໃນຫຸ້ນສ່ວນໃຫຍ່ 6 ລາຍທີ່ຈັດການສິນຊັບປະມານ 25% ຂອງທຶນສຳຮອງທັງໝົດ, ຂະນະດຽວກັນທາງ Binance ໄດ້ປະການປິດຮັບການສັບປ່ຽນຫຼຽນ USDC ເປັນ BUSD ແລ້ວແລະ Coinbase ກໍປະກາດຢຸດຕິການສັບປ່ຽນຫຼຽນຊົ່ວຄາວເຊັ່ນດຽວກັນ ແລະຈະເປີດໃຫ້ບໍລິການປົກກະຕິພາຍໃນວັນຈັນ.
ຫຼັງຈາກນັ້ນບໍ່ດົນ USDC ກໍໄດ້ກັບຂຶ້ນມາເກືອບຢູ່ໃນລະດັບທີ່ຢຶດລາຄາໄວ້ກັບໂດລາອີກຄັ້ງຫຼັງ Circle ປະກາດຈະໃຫ້ແລກ USDC ເປັນ U.S. Dollar ໃນອັດຕາ 1:1.
ແຫຼ່ງອ້າງອິງ: Coindesk & Decrypt
🌠Signature Bank ຖຶກສັ່ງປິດໂດຍໜ່ວຍງານກຳກັບດູແລຂອງ New York ນັບວ່າເປັນທະນາຄານທີ່ 3 ທີ່ລົ້ມພາຍໃນເວລາບໍ່ຮອດອາທິດ
🧵Signature Bank ເຊິ່ງຕັ້ງຢູ່ນະຄອນນິວຢອກ ເຊິ່ງເປັນທະນາຄານທີ່ເປັນມິດຕໍ່ Crypto ໄດ້ຖືກສັ່ງປິດໃນວັນທີ 12 ມີນາ. ທະນາຄານກາງສະຫະລັດອະທິບາຍໃນຖະແຫຼງການວ່າ ການຕັດສິນໃຈດັ່ງກ່າວເປັນການເຮັດຮ່ວມກັບ US Federal Deposit Insurance Corporation (FDIC) ເພື່ອປົກປ້ອງເສດຖະກິດຂອງສະຫະລັດ ແລະເປັນການເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບົບທະນາຄານ.
ໃນຖະແຫຼງການດັ່ງກ່າວ Adrianne Harris ຜູ້ກຳກັບຝ່າຍບໍລິຫານການເງິນແຫ່ງນິວຢອກກ່າວວ່າ FDIC ໄດ້ເຮັດການພິທັກສິນຊັບຂອງທະນາຄານໄວ້ ແລະນີ້ເປັນການລົ້ມສະລາຍຂອງທະນາຄານທີ່ 3 ຫຼັງຈາກ Silvergate ແລະການປິດຕົວຂອງ Silicon Valley Bank.
Harric ເສີມອີກວ່າການກະທຳດັ່ງກ່າວ “ເພື່ອປ້ອງກັນຜູ້ຝາກເງິນ”
ແຫຼ່ງອ້າງອິງ : Coindesk
🌠Fed ກຽມທີ່ຈະກໍ່ຕັ້ງທີມສະເພາະກິດໃໝ່ທີ່ຈະມາດູແລ Stablecoins ທີ່ຍັງບໍ່ໄດ້ຢູ່ພາຍໃຕ້ການກຳກັບດູແລ
🧵ຕາມການລາຍງານຂອງ Fed, ທະນາຄານກາງສະຫະລັດອາເມລິການກຳລັງທີ່ຈະກໍ່ຕັ້ງທີມຜູ້ຊ່ຽວຊານສະເພາະກິດເພື່ອມາຕິດຕາມດູແລການພັດທະນາຂອງອຸດສາຫະກຳທາງດ້ານຄຣິບໂຕເຄີເຣນຊີ, ເຫດຜົນເພາະຄວາມກັງວົນກ່ຽວກັບ Stablecoins ທີ່ຍັງບໍ່ໄດ້ຢູ່ພາຍໃຕ້ການກຳກັບດູແລຂອງລັດ.
ຮອງປະທານກຳກັບ Michael Barr ໄດ້ກ່າວໃນງານ Peterson Institute for International Economics ທີ່ຈັດຂຶ້ນໃນວໍຊິງຕັນໃນວັນທີ່ 9 ມີນາວ່າ: ຄຣິບໂຕຈະໄດ້ຮັບແຮງກະທົບຈາກການປ່ຽນແປງ ລະບົບທາງການເງິນ, ແລະຍັງໄດ້ເສີມຕື່ມວ່າ “ປະໂຫຍດຈາກນະວັດຕະກຳຈະເກີດຂຶ້ນໄດ້ກໍຕໍ່ເມື່ອມີການລ້ອມຮົ້ວທີ່ເໝາະສົມ”
ແຫຼ່ງອ້າງອິງ: Cointelegraph
🌠ສົງຄາມລາຄາຂອງຕະຫຼາດລົດ EV ໄດ້ເລີ່ມຂຶ້ນແລ້ວ ຜູ້ຜະລິດແບັດເຕີຣີ່ລົດອາດຈະມີພຽງລາຍໃຫຍ່ທີ່ມີໂອກາດເຂົ້າເຖິງສ່ວນປະກອບພື້ນຖານໄດ້ກ່ອນໃຜ
🧵 ປັດຈຸບັນຈີນເປັນເຈົ້າຕະຫຼາດລົດ EV ອັນດັບໜຶ່ງຂອງໂລກ ມີຍອດຂາຍແລະຜູ້ໃຊ້ງານຫຼາຍທີ່ສຸດ ແລະຍັງເຕີບໂຕໄດ້ຢ່າງໄວວາ, ນັ້ນກໍເປັນເພາະວ່າປະເທດຈີນມີອຸປະກອນແລະສ່ວນປະກອບຕ່າງໆພ້ອມສຳຫຼັບການຜະລິດລົດ EV ຢູ່ຕະຫຼອດເວລາ ບໍ່ເປັນຮອງໃຜແບບດຽວກັນກັບການຜະລິດເຄື່ອງປັບອາກາດ ຫຼືໂທລະສັບມືຖືທີ່ຈີນເດັ່ນດ້ານນີ້.
ລ່າສຸດຜູ້ຜະລິດລົດ EV ໃນຈີນຕ່າງກໍຕ້ອງແຂ່ງຂັນກັນຕັດລາຄາລົງເພື່ອທີ່ຈະຍາດລູກຄ້າທີ່ມີຢູ່ໃນແຜ່ນດິນໃຫຍ່ ເຊັ່ນ: Tesla ທີ່ຫຼຸດລາຄາລົງໄປແລ້ວກວ່າ 13.5% ກັບຣຸ່ນ Model 3 ແລະ Model Y ແຕ່ເຖິງຢ່າງນັ້ນ ສ່ວນແບ່ງການຕະຫຼາດຂອງ Tesla ກໍຍັງຫຼຸດລົງຢູ່ດີ ຈາກ 15% ລົງໄປທີ່ 10% ບົ່ງບອກເຖິງການແຂ່ງຂັນທີ່ດຸເດືອດຫຼາຍຂຶ້ນ ແລະກະແສນີ້ອາດລຸກລາມໄປໄດ້ເປັນວົງກວ້າງສູ່ຕະຫຼາດ EV ທົ່ວໂລກ.
ແຫຼ່ງອ້າງອິງ: 13D Research & Strategy
Share
🔴PubBit Weekly News Update 06/03/2023
🟡1. Coinbase ຢຸດຕິການສະໜັບສະໜູນ Binance USD (BUSD) ເລີ່ມ 13 ມີນານີ້! ເພາະບໍ່ສອດຄ້ອງກັບມາດຕະຖານການລິສຫຼຽນ.
🧵Coinbase ປະກາດເທິງ Twitter ໃນວັນທີ່ 27 ກຸມພາ ວ່າຈະຢຸດຕິການສະໜັບສະໜູນຫຼຽນ BUSD ໂດຍຈະເລີ່ມມີຜົນບັງຄັບໃຊ້ວັນທີ່ 13 ມີນານີ້, ທາງແພລັດຟອມໃຫ້ເຫດຜົນໃນການປ່ຽນແປງຄັ້ງນີ້ວ່າກ່ຽວກັບ “ມາດຕະຖານຂອງການລິສຫຼຽນໃນແພລັດຟອມ.
ການເຄື່ອນໄຫວຄັ້ງນີ້ຈະມີຜົນບັງຄັບໃຊ້ກັບແພລັດຟອມໃນເຄືອ Coinbase ທັງໝົດ, ເຊິ່ງກໍຄື Coinbase.com (ທັງ Simple ແລະ Advanced), Coinbase Pro, Coinbase Exchange ແລະ Coinbase Prime ນອກຈາກນີ້ທາງ Exchange ໄດ້ອອກມາໃຫ້ຄວາມໝັ້ນໃຈລູກຄ້າວ່າ “BUSD ເທິງ Coinbase ຍັງປອດໄພ ເຂົ້າເຖິງໄດ້ຕະຫຼອດຄືເກົ່າ ແລະຍັງຖອນໄດ້ຕະຫຼອດຕາມທີ່ຕ້ອງການ”.
ການເຄື່ອນໄຫວຂອງ Coinbase ຄັ້ງນີ້ຖືວ່າເປັນກະດານເທຣດເຈົ້າແລກທີ່ປະກາດຍົກເລີກການສະໜັບສະໜູນ BUSD ຢ່າງເປັນທາງການ ເຊິ່ງສື່ຕ່າງໆຄາດວ່າຈະຄ່ອຍໆມີເຈົ້າອື່ນໆປະກາດຍົກເລີກສະໜັບສະໜູນອອກມາຕາມໆກັນໄປ.
🟡2. ຫຸ້ນ Silvergate ທະນາຄານຄຣິບໂຕດິ່ງລົງ 50 ກວ່າ % ເພາະລູກຄ້າພາກັນແຫ່ໜີ ເນື່ອງຈາກກັງວົນສະຖານະດ້ານການເງິນຂອງທະນາຄານ.
🧵ໃນວັນພະຫັດທີ່ຜ່ານມາ Coinbase, Circle, Paxos, Crypto.com, Bitstamp, Cboe Digital Market, Gemini ແລະອື່ນໆ ໄດ້ແຫ່ລະງັບການເຮັດທຸລະກຳ ແລະການຮ່ວມມືທາງທຸລະກິດອື່ນໆກັບທາງ Silvergate Bank ທະນາຄານຄຣິບຊັ້ນນຳຂອງໂລກ. ຫຼັງຈາກທາງທະນາຄານປະກາດຂໍເລື່ອນການລາຍງານການເງິນປະຈຳປີອອກໄປ ເຮັດໃຫ້ຫຼາຍຝ່າຍເກີດຄວາມກັງວົນ ວ່າ Silvergate ກຳລັງມີບັນຫາທາງດ້ານການເງິນຢູ່ຫຼືບໍ່ ສົ່ງຜົນໃຫ້ຫຸ້ນຕົກລົງຢ່າງໜັກ ຫຼາຍກວ່າ 50%.
🟡3. ”Bluesky” Twitter ໃນຮູບແບບໄຮ້ສູນກາງ (Decentralized) ຂອງ Jack Dorsey ລົງ App Store ແລ້ວໃນຮອບທົດສອບ.
🧵Jack Dorsey ຜູ້ກໍ່ຕັ້ງແລະເປັນອາດີດ CEO ຂອງແພລັດຟອມ Twitter ໄດ້ປ່ອຍແພລັດຟອມ “Decentralized social networking” ຂອງໂຕເອງອອກມາໃຫ້ທົດສອບແລ້ວໃນຮອບ Private beta testing ທີ່ຈະໃຫ້ບຸກຄົນທີ່ໄດ້ຮັບເຊີນເທົ່ານັ້ນ ເຂົ້າມາທົດສອບແລະໃນປັດຈຸບັນມີຍອດດາວນ໌ໂຫຼດທີ່ 2,000 ຄັ້ງ.
ຈາກການພຣີວິວໂດຍລວມໃນແອັບສະໂຕຣ໌ Bluesky ໜ້າຕາຈະຄ້າຍກັບ Twitter, ຫຼາຍໆຟີດເຈີກໍມີຄ້າຍໆກັນ ບໍ່ວ່າຈະເປັນ ຜູ້ຕິດຕາມ, ໂພສ ແລະການຕອບກັບ. ນອກຈາກນັ້ນທີ່ໜ້າຟີດຍັງມີປຸ່ມ Like, comments ແລະ reposts ອີກດ້ວຍ.
🟡4. Polygon ເປີດໃຊ້ງານບໍລິການຢືນຢັນຕົວຕົນຜ່ານທາງ Web3 ໂດຍໃຊ້ການກວດສອບແບບ Zero-Knowledge.
🧵Polygon Sidechain ຂອງ Ethereum ໄດ້ປະກາດປ່ອຍບໍລິການຢືນຢັນຕົວຕົນຜ່ານທາງ Web3 ໂດຍໃຊ້ຊື່ວ່າ “Polygon ID” ທີ່ຈະໃຫ້ແອັບຕ່າງຢູ່ເທິງພື້ນຖານບລ໊ອກເຊນຢືນຢັນຕົວຕົນຂໍ້ມູນຜູ້ໃຊ້ໂດຍບໍ່ເຮັດໃຫ້ເກີດຄວາມສ່ຽງຕໍ່ຂໍ້ມູນສ່ວນຕົວຂອງຜູ້ໃຊ້.
ໂປຣເຈັກຄຣິບໂຕແລະ NFT ຢ່າງ Kaleido, Fractal ແລະ Collab.Land ກໍໄດ້ໃຫ້ການສະໜັບສະໜູນຟີດເຈີໃໝ່ນີ້, ແລະມັນຈະມາພ້ອມກັບເຄື່ອງມືສຳຫຼັບນັກພັດທະນາ, Polygon ID ສາມາດຢືນຢັນຂໍ້ມູນຜູ້ໃຊ້ໂດຍທີ່ບໍ່ກະທົບຄວາມເປັນສ່ວນຕົວແບບ On-chain, ເພາະມັນຈະໃຊ້ການຢືນຢັນແບບ Zero-Knowledge ທີ່ຈະຢືນຢັນຕົວຕົນໂດຍຍັງເປັນການເຂົ້າລະຫັດແລະຍັງສາມາດເຊື່ອງຂໍ້ມູນຈາກຜູ້ຢືນຢັນໄດ້ອີກດ້ວຍ.
🟡5. MakerDAO ມີແຜນອະນຸຍາດໃຫ້ໃຊ້ MKR ເປັນຫຼັກຊັບໃນການກູ້ຢືມ DAI ສ້າງຄວາມກັງວົນໃຫ້ກັບຜູ້ໃຊ້ ວ່າແບບນີ້ມັນກໍບໍ່ຕ່າງຫຍັງກັບ UST ຂອງ LUNA Terra.
🧵MakerDAO ເອີ້ນໄດ້ວ່າເປັນໜຶ່ງໃນແພລັດຟອມ DeFi ທີ່ເກົ່າແກ່ແລະໃຫຍ່ທີ່ສຸດໃນວົງການ ຕອນນີ້ກຳລັງມີປະເດັນທີ່ເປັນທີ່ຖົກຖຽງກັນໃນຄອມມູນິຕີ້ ແລະບາງກຸ່ມກໍອອກມາການສະແດງຄວາມຜິດຫວັງຕໍ່ MakerDAO ເລື່ອງແຜນທີ່ຈະໃຫ້ໃຊ້ MKR ເປັນຫຼັບຊັບຄ້ຳປະກັບໃຫ້ກູ້ DAI ໄດ້.
ເພາະແຜນໃຫ້ກູ້ DAI ໂດຍການອະນຸຍາດໃຫ້ໃຊ້ MKR ຄ້ຳນີ້ມັນກໍບໍ່ຕ່າງຫຍັງກັບລະບົບການເຮັດວຽກຂອງ UST ຂອງ Terra ທີ່ໄດ້ລົ້ມສະລາຍໄປແລ້ວ ເຊິ່ງມີມູນຄ່າຕະຫຼາດກວ່າ $40b.
🟡6. ທະນາຄານກາງອົດສະຕາລີ່ກຳລັງທົດສອບ “Use Cases” ຂອງ eAUD ນຳໂດຍ MasterCard.
🧵ທະນາຄານກາງ Australia ໄດ້ເປີດເຜີຍຂໍ້ມູນວ່າ CBDC ຂອງອົດສະຕາລີ່ “eAUD” ກຳລັງຢູ່ໃນຂັ້ນຕອນຂອງການທົດສອບ Use cases ໂດຍຈະທົດສອບການໃຊ້ງານມາຕັ້ງແຕ່ ການຈ່າຍ Bond ໄປຈົນເຖິງການເທຣດສິນຊັບຕ່າງໆ. ຜູ້ເຂົ້າຮ່ວມການທົດສອບໃນຄັ້ງນີ້ມີຕັ້ງແຕ່ບໍລິສັດ Fintech ຂະໜາດນ້ອຍໄປຈົນຮອດສະຖາບັນການເງິນລະດັບໃຫຍ່ໆຂອງອຸດສາຫະກຳ.
#newsupdate #pubbit #cbdc #busd #binance #coinbase #dai #makerdao #polygon #silvergate #twitter
🟪nativ
ເມື່ອຍບໍກັບການທີ່ຕ້ອງມາສຶກສາຂໍ້ມູນທີ່ສຸດຈະຊັບຊ້ອນຂອງໂລກຄຣິບໂຕ? ນັບຕັ້ງແຕ່ຕ້ອງມາຫາວິທີເກັບ Seed phrase ຫຼືຈະຕ້ອງມາລະວັງບໍ່ໃຫ້ສົ່ງຫຼຽນຜິດເຊນ ສ່ຽງຫຼຽນຫາຍສາບສູນໄປຕະຫຼອດການ, ຈະເຫັນໄດ້ເລີຍວ່າການບໍລິຫານຫຼຽນຄຣິບໂຕໃນມືບໍ່ແມ່ນເລື່ອງງ່າຍ
ຂະໜາດຍັງບໍ່ໄດ້ເວົ້າເຖິງຫຼຽນ Cryptocurrency ທີ່ມີຫຼາກຫຼາຍມະຫາສານທີ່ຕ້ອງເລືອກວ່າຈະເອົາເງິນໄປລົງໂຕໃດດີ, ຍັງຈະມີສະເຕກກິ້ງພູລ (Staking Pool) ອີກຫຼາຍຮ້ອຍອັນທີ່ກໍມີຜົນຕອບແທນທີ່ແຕກຕ່າງກັນ ແລະຍັງຈະຕ້ອງເລືອກວ່າຈະສະເຕກແບບລ໊ອກຫຼືບໍ່ລ໊ອກອີກ, ທີ່ຖ້າເລືອກແບບລ໊ອກອາດຈະໄດ້ຜົນຕອບແທນສູງແຕ່ຕ້ອງແລກດ້ວຍສະພາບຄ່ອງທີ່ໜ້ອຍລົງ, ທາງເລືອກທີ່ອາດຈະຫຼາຍເກີນໄປ ຄວາມຄຸ້ນເຄີຍໃນການເງິນແບບໃໝ່ເຫຼົ່ານີ້ອາດຈະເປັນໜຶ່ງສາເຫດທີ່ເຮັດໃຫ້ເຮົາຫຼາຍໆຄົນ ບໍ່ສາມາດເຮັດໃຫ້ Portfolio ເຕີບໂຕຂຶ້ນໄດ້ຢ່າງເຕັມທີ່ ທີ່ສາມາດເປັນໄປໄດ້
🟪NATIV ຈະເຮັດໃຫ້ກາຍເປັນເລື່ອງງ່າຍ!
NATIV ຄືກະເປົາຄຣິບໂຕຮູບແບບໃໝ່ທີ່ຊົງພະລັງ ທີ່ໄດ້ລວບລວມຟັງຊັ່ນສຳຄັນຢ່າງເຊັ່ນ: ການໂອນຫຼຽນ, ການແລກປ່ຽນຫຼຽນ ແລະການເກັບອອມ ມາໄວ້ໃຫ້ຄົບຈົບໃນບ່ອນດຽວ. ເຮົາໃຊ້ເທັກໂນໂລຢີການເຂົ້າລະຫັດ ແລະລະບົບກວດສອບຕົວຕົນທີ່ລ້ຳສະໄໝ ເພື່ອໃຫ້ໝັ້ນໃຈວ່າແພັດຟອມຂອງເຮົາມີຄວາມປອດໄພສູງສຸດ, ໝັ້ນໃຈດ້ວຍລະບົບຫຼັງບ້ານທີ່ມີຄຸນະພາບຈາກບໍລິສັດຍັກໃຫຍ່ທີ່ເປັນຜູ້ອອກຫຼຽນ USDC ຢ່າງ Circle ແລະບໍລິສັດໃຫ້ບໍລິການດ້ານ Wallet SDK ທີ່ຜ່ານ ISO 27001 ຢ່າງ Cybavo. ລະບົບແລກປ່ຽນຫຼຽນແບບທັນທີ (Instant Swap) ຂອງເຮົາໄດ້ຮັບຄວາມຮ່ວມມືຈາກ Woo ຕະຫຼາດແລກປ່ຽນລະດັບໂລກທີ່ມີຊື່ສຽງດ້ານສະພາບຄ່ອງທີ່ສູງຫຼາຍ ຊ່ວຍໃຫ້ຜູ້ໃຊ້ຊື້ຂາຍໄດ້ຢ່າງສະບາຍໃຈແບບບໍ່ຕ້ອງກັງວົນວ່າທຸລະກຳຈະບໍ່ຜ່ານ.
ຄົບຈົບໃນແອັບດຽວ ແບບບໍ່ສ່ຽງໂອນຜິດເຊນ Download ເລີຍ!!
👉Download now: https://linktr.ee/nativ.me
👉🇺🇸https://www.facebook.com/nativ.me
👉🇱🇦https://www.facebook.com/nativ.laos
👉🇹🇭https://www.facebook.com/nativ.thailand
👉📸https://www.instagram.com/nativ.me/
👉🐦 https://twitter.com/nativ_me
👉🇺🇸Visit NATIV Website - https://www.nativ.me/
🌠ການທີ່ເຮົາເປັນນັກເທຣດລາຍຍ່ອຍ ເຮົາຕ້ອງໄດ້ສຶກສາ ແລະເຂົ້າໃຈພຶດຕິກຳຂອງບັນດາວານຄຣິບໂຕທັງຫຼາຍ ໂດຍຂໍ້ມູນເຫຼົ່ານີ້ຈະເປັນຕົວຊ່ວຍ ເພີ່ມປະສິດທິພາບໃນການຕັດສິນໃຈ ເຮັດໃຫ້ເຮົາເຂົ້າໃຈໄດ້ຫຼາຍຂຶ້ນວ່າຕະຫຼາດຄຣິບໂຕກຳລັງເກີດຫຍັງຂຶ້ນ.
⛵️ເຄື່ອງມືຈັບການພຶດຕິກຳ ແລະວິເຄາະການເທຣດຂອງກະເປົາເຈົ້າມື  ຈະຊ່ວຍບອກເວລາທີ່ເຮົາຄວນກຽມພ້ອມຮັບມືກັບຄວາມຜັນຜວນທີ່ອາດເກີດຂຶ້ນ ແລະບອກໃຫ້ເຮົາຮູ້ວ່າເວລາໃດເປັນຈັງຫວະທີ່ດີໃນການເຂົ້າເທຣດ.
🌠ວານຄຣິບໂຕແມ່ນຫຍັງ?
⛵️ວານຄຣິບໂຕ ສື່ເຖິງບຸກຄົນ, ກຸ່ມຄົນ ຫຼືອົງກອນທີ່ມີອິດທິພົນຕໍ່ຕະຫຼາດຄຣິບໂຕ, ນັກເທຣດກຸ່ມນີ້ຖືກເອີ້ນວ່າ “ວານ” ຫຼືບາງຄົນຈະເອີ້ນວ່າເຈົ້າມື ເຊິ່ງວານມັກຈະຖືຫຼຽນໃດຫຼຽນໜຶ່ງເປັນຈຳນວນຫຼາຍ ພໍທີ່ຈະມີຜົນກະທົບຕໍ່ລາຄາຂອງຫຼຽນ ຢ່າງເຊັ່ນຖື 10% ຂອງຫຼຽນທີ່ມີທັງໝົດ, ວານບາງກຸ່ມຈະຖືພຽງຫຼຽນປະເພດດຽວ ແຕ່ສ່ວນຫຼາຍຈະກະຈາຍຖືຫຼຽນຫຼາຍໆສະກຸນ.
🌠ເປັນຫຍັງການເຝົ້າເບິ່ງພຶດຕິກຳຂອງວານຈຶ່ງຈຳເປັນ?
⛵️ກະເປົາ Holders ໃຫຍ່ໆທີ່ຖືຫຼຽນເປັນຈຳນວນຫຼາຍ ຈະມີຜົນຕໍ່ລາຄາຂອງຫຼຽນ ເຄື່ອງມືຕິດຕາມວານຈະຊ່ວຍກວດຈັບການເຄື່ອນໄຫວຂອງກະເປົາເຫຼົ່ານັ້ນ ເມື່ອເກີດທຸລະກຳຂະໜາດໃຫຍ່ຂອງຫຼຽນ ຈະສົ່ງຜົນໄປໃນສອງທິດທາງຄື:
🔮ຖ້າຫຼຽນຄຣິບໂຕຈຳນວນຫຼາຍຖືກໂອນເຂົ້ນກະດານເທຣດໂດຍວານ ນັ້ນໝາຍຄວາມວ່າມີໂອກາດທີ່ຫຼຽນນັ້ນຈະຖືກເທຂາຍ ຫຼຽນໄຫຼເຂົ້າກະດານເທຣດໂດຍສ່ວນໃຫຍ່ຈະສົ່ງຜົນເຮັດໃຫ້ລາຄາຫຼຽນລົງ (ຍົກເວັ້ນ Stablecoin)
🔮ຖ້າຫຼຽນຖືກເຄື່ອນຍ້າຍອອກຈາກກະດານເທຣດໄປເຂົ້າ “ກະເປົາຄຣິບໂຕ” ນັ້ນອາດໝາຍເຖິງວານໂອນຫຼຽນອອກໄປເກັບໄວ້ກະເປົາສ່ວນຕົວ ໂດຍສ່ວນໃຫຍ່ຈະເຮັດໃຫ້ລາຄາຫຼຽນຂຶ້ນ ເພາະມັນຄາຍຄວາມກັງວົນຂອງນັກເທຣດລາຍຍ່ອຍ ວ່າວານຈະບໍ່ເທຂາຍຫຼຽນນັ້ນແລ້ວ.
🔮ເມື່ອຫຼຽນຖືກໂອນຍ້າຍເຂົ້າ Exchanges ມັນກໍບໍ່ໄດ້ສະແດງວ່າວານຈະເທຂາຍຫຼຽນນັ້ນສະເໝີໄປ ເພາະຖ້າຄົນກຸ່ມໃຫຍ່ທີ່ບໍ່ແມ່ນວານເກີດ Panics ກັບການທຸລະກຳຍ້າຍຫຼຽນຂອງວານ ແລ້ວເທຂາຍຫຼຽນພ້ອມໆກັນ ກໍສາມາດສົ່ງຜົນໃຫ້ລາຄາຕົກລົງໄດ້ຄືກັນ.
🌠ວິທີຕິດຕາມການເຄື່ອນໄຫວຂອງວານ?
☄️On Chain Analysis
⛵️ທຸກການເຄື່ອນໄຫວທີ່ເກີດຂຶ້ນເທິງບລ໊ອກເຊນຈະເອີ້ນວ່າ “On-Chain Analysis” ການວິເຄາະແບບນີ້ເຮົາຈະເນັ້ນເບິ່ງມູນຄ່າ ແລະຂະໜາດຂອງບລ໊ອກ ຖ້າມູນຄ່າທຸລະກຳສູງ, ໝາຍຄວາມວ່າຫຼຽນກຳລັງຖືກປ່ຽນມື. ບລ໊ອກຂະໜາດໃຫຍ່ບົ່ງບອກເຖິງຂໍ້ມູນຈຳນວນຫຼາຍ.
⛵️ເຮົາສາມາດວິເຄາະ Address ທີ່ເຮັດທຸລະກຳນັ້ນວ່າຖືຫຼຽນຈຳນວນຫຼາຍ ແລະເປັນວານຫຼືບໍ່, ຖ້າຮູ້ແລ້ວເຮົາສາມາດກວດຄືນເບິ່ງໄດ້ວ່າກະເປົານັ້ນເຮັດທຸລະກຳຫຍັງໄປແດ່ ຫຼຽນຖືກໂອນໄປໃສແດ່.
🏜️ທຸລະກຳ 3 ຮູບແບບເທິງບລ໊ອກເຊນສາມາດບອກເຮົາໄດ້ຫຼາຍຢ່າງກ່ຽວກັບພຶດຕິກຳຂອງວານ.
🏝️Wallet-to-Exchange Transactions ທຸລະກຳຈາກກະເປົາໄປກະດານເທຣດ
⛵️ເມື່ອວານເຄື່ອນຍ້າຍຫຼຽນເຂົ້າກະດານເທຣດ ມີຄວາມເປັນໄປໄດ້ສູງທີ່ຫຼຽນຈະຖືກເອົາມາເທຣດ, ຈຳນວນ ແລະປະເພດຂອງຫຼຽນຈະເຮັດໃຫ້ລາຄາຂຶ້ນ ຫຼືອາດຈະດິ່ງລົງ, ຍິາງຖ້າເປັນຫຼຽນທີ່ມີຄວາມຜັນຜວນສູງ ຍິ່ງມີຄວາທເປັນໄປໄດ້ທີ່ຈະຖືກເທຂາຍ.
ແຕ່ຖ້າເປັນ Stablecoins ບົ່ງບອກເຖິງຈະມີການລົງທຶນໃນຫຼຽນໃດຫຼຽນໜຶ່ງ.
🌠Exchange-to-Wallet Transactions ທຸລະກຳຈາກກະດານເທຣດໄປກະເປົາ
⛵️ການເອົາຫຼຽນອອກຈາກ Exchange ໝາຍເຖິງຈະຫຼຸດຈຳນວນຫຼຽນທີ່ໝູນວຽນຢູ່ ແຕ່ຖ້າຫຼຽນນັ້ນເປັນ Stablecoins ອາດຈະສົ່ງຜົນເຮັດໃຫ້ມູນຄ່າຫຼຽນອື່ນໆຫຼຸດລົງ ເພາະມັນໝາຍເຖິງວ່າຈະບໍ່ມີການລົງທຶນຫຼຽນໃດໆເພີ່ມອີກ.
🌠Wallet-to-Wallet Transactions ຈາກກະເປົາໄປກະເປົາ
⛵️ການເຄື່ອນຍ້າຍລັກສະນະນີ້ບົ່ງບອກເຖິງວານກຳລັງສັບປ່ຽນຈາກກະເປົາໜຶ່ງໄປອີກກະເປົາໜຶ່ງ, ໂດຍຈະບໍ່ຄ່ອຍສົ່ງຜົນຫຍັງກັບລາຄາຂອງຫຼຽນ ບາງຄັ້ງກໍອາດຈະເປັນການຊື້ຂາຍນອກກະດານເທຣດ (OTC).
🌠ຂໍ້ດີ ແລະຂໍ້ເສຍຂອງເຄື່ອງມືຕິດຕາມວານ
🔮ຮູ້ຈັກຂໍ້ດີຂໍ້ເສຍຂອງເຄື່ອງມື ຈະສາມາດເປັນຕົວຊ່ວຍປະກອບການຕັດສິນໃຈຂອງໝູ່ເພື່ອນໃຫ້ດີຍິ່ງຂຶ້ນ ມາເບິ່ງກັນວ່າຂໍ້ດີຂໍ້ເສຍມີຫຍັງແດ່:
🌠ຂໍ້ດີ
⛵️ຕິດຕາມການເຄື່ອນໄຫວຂອງວານຄຣິບໂຕ ຈະຊ່ວຍໃຫ້ເພີ່ມຄວາມໄດ້ປຽບໃນຕະຫຼາດ ເຄື່ອງມືຈະເຮັດໃຫ້ເຮົາຕິດຕາມ ແລະວິເຄາະໄດ້ງ່າຍຂຶ້ນ ເພາະມັນໄດ້ເຮັດວຽກໃນສ່ວນຄົ້ນຫາ ແລະວິເຄາະເບື້ອງຕົ້ນມາໃຫ້ແລ້ວ.
🔮ເຮົາຈະເຫັນການປ່ຽນແປງໄດ້ໄວກວ່າເຮົາວິເຄາະດ້ວຍຕົວເອງ ຖ້າຊັກຊ້າ ເຮົາອາດຈະພາດໂອກາດດີໆໃນການເຂົ້າຊື້ຫຼຽນໃນລາຄາຕ່ຳໆ ກ່ອນລາຄາຈະປັບໂຕຂຶ້ນ ຫຼື ອາດຈະເຫັນຈັງຫວະເທຂາຍຫຼຽນອອກກ່ອນຈະມີການ Dump ເກີດຂຶ້ນ.
🔮ແຜ່ນພາບ, ກຣາຟ ແລະຂໍ້ມູນທີ່ເຄື່ອງມືຕິດຕາມວານມີໃຫ້ເຂົ້າໃຈໄດ້ງ່າຍ ຈະເຮັດໃຫ້ເຮົາເຫັນພາບລວມຂອງຕະຫຼາດແລະຊ່ວຍໃຫ້ຮຽນຮູ້ໄດ້ໄວຂຶ້ນ.
🏝️ຂໍ້ເສຍ
ເຖິງຈະມີຂໍ້ເສຍພຽງບໍ່ເທົ່າໃດຂໍ້ ແຕ່ມັນກໍສຳຄັນທີ່ເຮົາຄວນທີ່ຈະລະວັງໄວ້ຢ່າງເຊັ່ນ:
⛵️ຖ້າເຮົາໄປໂຟກັສພຽງແຕ່ເລື່ອງຂອງວານ ເຮົາອາດຈະລືມປັດໄຈອື່ນໆທີ່ສົ່ງຜົນຕໍ່ຕະຫຼາດຄຣິບໂຕ ວານກໍປຽບສະເໝືອນປາໂຕໃຫຍ່ໃນມະຫາສະໝຸດ ແຕ່ບໍ່ແມ່ນໂຕຊີ້ວັດດຽວທີ່ເຮັດໃຫ້ທິດທາງຂອງຕະຫຼາດປ່ຽນ.
⛵️ວານມີສິນຊັນຈຳນວນມະຫາສານ ບາງຄັ້ງອາດຈະເຮັດໃນສິ່ງທີ່ສຸ່ມສ່ຽງທີ່ນັກເທຣດທົ່ວໄປບໍ່ຄວນເຮັດຕາມ ບາງທີວານກໍສາມາດຕັດສິນໃຈຜິດພາດໄດ້ຄືກັນ.
⛵️ເຄື່ອງມືຟຣີສ່ວນຫຼາຍຈະມີຟີດເຈີທີ່ຈຳກັດ ຖ້າເປັນເຄື່ອງມືແບບເຈາະເລິກ ອາດຈະຕ້ອງໄດ້ຈ່າຍເພີ່ມຕັ້ງແຕ່ 10$ - 1000$ ຕໍ່ປີ.
🌠5 ເຄື່ອງມືຕາມການເຄື່ອນໄຫວຂອງວານທີ່ PubBit ແນະນຳ
☄️1. Whale Alert https://whale-alert.io/
🏜️Whale Alert ແມ່ນເຄື່ອງມືບໍລິການຕິດຕາມເທິງບລ໊ອກເຊນ ແລະແຈ້ງເຕືອນ ຮອງຮັບໃນຫຼາຍໆເຊນ ລວມເຖິງ Bitcoin, Ethereum ແລະ HIVE. ສາມາດໃຊ້ຟຣີ ແຕ່ຈະບໍ່ມີແຈ້ງເຕືອນ ແລະຈະຖືກຈຳກັດຂໍ້ມູນບາງສ່ວນເຊັ່ນ ທຸລະກຳທີ່ມີມູນຄ່າເກີນ $500K ແລະທຸລະກຳຍ້ອນຫຼັງໃນ 1 ຊົ່ວໂມງ ເຊິ່ງຈະຕ້ອງໄດ້ຈ່າຍ $9.95 ສຳຫຼັບບໍລິການໃນສ່ວນນີ້.
☄️2. ClankApp https://clankapp.com/
🏜️ໃນ ClankApp ຈະມີການຈັດອັນດັບທຸລະກຳທີ່ໃຫຍ່ທີ່ສຸດແບບລາຍວັນ ແລະລາຍອາທິດໃຫ້ເຮົາໄດ້ວິເຄາະ ສາມາດຕິດຕາມໄດ້ທັງທາງ Telegram Twitter ຫຼືໃຫ້ແຈ້ງເຕືອນທາງອີເມວ ທີ່ສຳຄັນຄືຟຣີ ໂດຍທາງຜູ້ພັດທະນາຈະຂໍໃຫ້ Donate ໃຫ້ໂດຍຄວາມສະໝັກໃຈ ເພື່ອຊ່ວຍເຫຼືອຈ່າຍຄ່າ Server.
☄️3. Whalemap https://whalemap.io/
🏜️Whalemap ໃຊ້ງານໄດ້ຟຣີ ແຖມມີຂໍ້ມູນອັດແໜ້ນ ແລະຈະມີແນະນຳວິທີການເອົາຂໍ້ມູນຕ່າງໆມາວິເຄາະພ້ອມ.
⚙️ໃນເວັບໄຊ້ຍັງມີຄອສສອນທີ່ກ່ຽວກັບບລ໊ອກເຊນ, ການເທຣດ ແລະການອ່ານກຣາຟ ທີ່ພ້ອມຈະໃຫ້ມືໃໝ່ມາຮຽນຮູ້ ແລະນຳໄປໃຊ້.
☄️4. Whale Watchers https://whalewatchers.co/
🏜️Whale Watchers ນອກຈາກຈະຕິດຕາມວານໃນດ້ານຫຼຽນຄຣິບໂຕໄດ້ແລ້ວ ຍັງສາມາດຕິດຕາມ NFT ໄດ້ນຳ, ໂດຍຈະມີທັງແບບຟຣີ ແລະເສຍເງິນໃຫ້ເລືອກໃຊ້ ເຊິ່ງແບບເສຍເງິນທີ່ຖືກເອີ້ນວ່າ “Captain’s Club” ຈະໄດ້ຮັບການແຈ້ງເຕືອນທີ່ໄວກວ່າແບບຟຣີ.
⚙️ເວັບນີ້ຖືວ່າເໝາະກັບນັກເທຣດທີ່ສົນໃຈໃນ NFT ທີ່ສຸດ ເພາະໂຕເວັບເອງຈະເນັ້ນໄປທາງວານໃນຝັ່ງຂອງ NFT ຢ່າງເຊັ່ນການ Mint ຫຼືການກວດຊື້ NFT ລາຄາ Floor.
☄️5. WhaleBot Alerts https://t.me/s/WhaleBotAlerts
🏜️WhaleBot Alerts ເປັບຄອມມູໃນ Telegram ທີ່ຈະຄອຍແຈ້ງເຕືອນທຸລະກຳຂອງວານ. ບາງຄັ້ງຈະມີ Heatmaps ແລະ ແຜ່ນພູມທີ່ສາມາດເອົາມາວິເຄາະຕໍ່ໄດ້ ແຕ່ການແຈ້ງເຕືອນສ່ວນໃຫຍ່ຈະມາໃນຮູບແບບທີ່ບໍ່ມີຂໍ້ຄວາມກຳກັບບອກ ຄ້າຍກັບວ່າຈະໃຫ້ຄົນທີ່ມີປະສົບການເບິ່ງ ຫຼາຍກວ່າມືໃໝ່.
🌠ຄຳສົ່ງທ້າຍ
ເພື່ອນໆສາມາດໃຊ້ປະໂຫຍດຈາກເຄື່ອງມືຕິດຕາມວານໄດ້ ບໍ່ວ່າຈະວາງແຜນທີ່ຈະເທຣດຫຼືບໍ່ ການສຶກສາການເຄື່ອນໄຫວຂອງເຈົ້າມືລາຍໃຫຍ່ ກໍສາມາດເຮັດໃຫ້ເຮົາຮຽນຮູ້ຕະຫຼາດໄດ້ດີຂຶ້ນ.