Subscribe to PubBit Laos
Subscribe to PubBit Laos
Share Dialog
Share Dialog
<100 subscribers
<100 subscribers

🌠Silicon Valley Bank (SVB) ລົ້ມລະລາຍ! ລະເບີດເວລາລູກໃໝ່ໃນຕະຫຼາດຄຣິບໂຕ ແລະວົງການ Start-Up
🧵ສະຫະລັດໄດ້ສັ່ງປິດກິດຈະການ Silicon Valley Bank (SVB) ເຊິ່ງເປັນທະນາຄານທີ່ເນັ້ນໃຫ້ບໍລິການເງິນກູ້ໃຫ້ກັບບໍລິສັດສະຕາດອັບ ຫຼັງຈາກພົບກັບບັນຫາສະພາບຄ່ອງຮຸນແຮງຈົນລູກຄ້າແຫ່ຖອນເງິນ ນັບວ່າເປັນການລົ້ມສະລາຍຂອງສະຖາບັນການເງິນຄັ້ງໃຫຍ່ທີ່ສຸດຂອງສະຫະລັດ ຕັ້ງແຕ່ວິກິດການເງິນໂລກຕອນປີ 2008.
Federal Deposit Insurance Corporation (FDIC) ສະຖາບັນຂອງລັດຖະບານສະຫະລັດ ທີ່ໃຫ້ປະກັນເງິນຝາກຈາກຄວາມລົ້ມເຫຼວຂອງທະນາຄານ ຈະເຂົ້າມາເປັນຜູ້ດູແລສິນຊັບຂອງ SVB ໂດຍ FDIC ຈະເຮັດການຂາຍສິນຊັບ (Liquidate) ຂອງທະນາຄານເພື່ອຈ່າຍເງິນຄືນໃຫ້ກັບຜູ້ຝາກເງິນ ແລະບັນດາເຈົ້າໜີ້ທະນາຄານ.
ໂດຍສຳນັກງານໃຫຍ່ ແລະສາຂາຕ່າງໆຂອງ SVB ຈະກັບມາເປີດໃຫ້ບໍລິການໃນວັນທີ 13 ມິນາ. ໂດຍຜູ້ຝາກເງິນທີ່ມີປະກັນຈະສາມາດເຂົ້າເຖິງເງິນສ່ວນທີ່ໄດ້ຮັບຄວາມຄຸ້ມຄອງ 250,000 ໂດລາຕໍ່ 1 ບັນຊິ ແລະຈະຈ່າຍດອກເບ້ຍລ່ວງໜ້າໃຫ້ກັບຜູ້ຝາກເງິນທີ່ບໍ່ມີປະກັນພາຍໃນອາທິດໜ້າ.
ແຫຼ່ງອ້າງອິງ: The Block
🌠ຫຼຽນ USDC ຫຼຸດ Peg ຫຼັງພົບວ່າ Circle ມີເງິນ 3.3 ພັນລ້ານໂດລາຢູ່ໃນ Silicon Valley Bank ທີ່ຫາກໍລົ້ມລະລາຍ.
🧵Circle ບໍລິສັດຜູ້ອອກຫຼຽນ USDC ໄດ້ຢືນຢັນໃນຕອນແລງວັນສຸກທີ່ຜ່ານມາວ່າ ມິເງິນທຶນສຳຮອງປະມານ 3.3 ພັນລ້ານໂດລາທີ່ຍັງຢູ່ກັບ SVB, ຂ່າວນີ້ສົ່ງຜົນໃຫ້ລາຄາຫຼຽນ USDC ຫຼຸດການຢຶດມູນຄ່າຈາກ 1 ໂດລາລົງໄປຕ່ຳສຸດທີ່ 0.88$.
🧵ກ່ອນໜ້ານີ້ Circle ທະວີດວ່າ SVB ເປັນໜຶ່ງໃນຫຸ້ນສ່ວນໃຫຍ່ 6 ລາຍທີ່ຈັດການສິນຊັບປະມານ 25% ຂອງທຶນສຳຮອງທັງໝົດ, ຂະນະດຽວກັນທາງ Binance ໄດ້ປະການປິດຮັບການສັບປ່ຽນຫຼຽນ USDC ເປັນ BUSD ແລ້ວແລະ Coinbase ກໍປະກາດຢຸດຕິການສັບປ່ຽນຫຼຽນຊົ່ວຄາວເຊັ່ນດຽວກັນ ແລະຈະເປີດໃຫ້ບໍລິການປົກກະຕິພາຍໃນວັນຈັນ.
ຫຼັງຈາກນັ້ນບໍ່ດົນ USDC ກໍໄດ້ກັບຂຶ້ນມາເກືອບຢູ່ໃນລະດັບທີ່ຢຶດລາຄາໄວ້ກັບໂດລາອີກຄັ້ງຫຼັງ Circle ປະກາດຈະໃຫ້ແລກ USDC ເປັນ U.S. Dollar ໃນອັດຕາ 1:1.
ແຫຼ່ງອ້າງອິງ: Coindesk & Decrypt
🌠Signature Bank ຖຶກສັ່ງປິດໂດຍໜ່ວຍງານກຳກັບດູແລຂອງ New York ນັບວ່າເປັນທະນາຄານທີ່ 3 ທີ່ລົ້ມພາຍໃນເວລາບໍ່ຮອດອາທິດ
🧵Signature Bank ເຊິ່ງຕັ້ງຢູ່ນະຄອນນິວຢອກ ເຊິ່ງເປັນທະນາຄານທີ່ເປັນມິດຕໍ່ Crypto ໄດ້ຖືກສັ່ງປິດໃນວັນທີ 12 ມີນາ. ທະນາຄານກາງສະຫະລັດອະທິບາຍໃນຖະແຫຼງການວ່າ ການຕັດສິນໃຈດັ່ງກ່າວເປັນການເຮັດຮ່ວມກັບ US Federal Deposit Insurance Corporation (FDIC) ເພື່ອປົກປ້ອງເສດຖະກິດຂອງສະຫະລັດ ແລະເປັນການເສີມສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ລະບົບທະນາຄານ.
ໃນຖະແຫຼງການດັ່ງກ່າວ Adrianne Harris ຜູ້ກຳກັບຝ່າຍບໍລິຫານການເງິນແຫ່ງນິວຢອກກ່າວວ່າ FDIC ໄດ້ເຮັດການພິທັກສິນຊັບຂອງທະນາຄານໄວ້ ແລະນີ້ເປັນການລົ້ມສະລາຍຂອງທະນາຄານທີ່ 3 ຫຼັງຈາກ Silvergate ແລະການປິດຕົວຂອງ Silicon Valley Bank.
Harric ເສີມອີກວ່າການກະທຳດັ່ງກ່າວ “ເພື່ອປ້ອງກັນຜູ້ຝາກເງິນ”
ແຫຼ່ງອ້າງອິງ : Coindesk
🌠Fed ກຽມທີ່ຈະກໍ່ຕັ້ງທີມສະເພາະກິດໃໝ່ທີ່ຈະມາດູແລ Stablecoins ທີ່ຍັງບໍ່ໄດ້ຢູ່ພາຍໃຕ້ການກຳກັບດູແລ
🧵ຕາມການລາຍງານຂອງ Fed, ທະນາຄານກາງສະຫະລັດອາເມລິການກຳລັງທີ່ຈະກໍ່ຕັ້ງທີມຜູ້ຊ່ຽວຊານສະເພາະກິດເພື່ອມາຕິດຕາມດູແລການພັດທະນາຂອງອຸດສາຫະກຳທາງດ້ານຄຣິບໂຕເຄີເຣນຊີ, ເຫດຜົນເພາະຄວາມກັງວົນກ່ຽວກັບ Stablecoins ທີ່ຍັງບໍ່ໄດ້ຢູ່ພາຍໃຕ້ການກຳກັບດູແລຂອງລັດ.
ຮອງປະທານກຳກັບ Michael Barr ໄດ້ກ່າວໃນງານ Peterson Institute for International Economics ທີ່ຈັດຂຶ້ນໃນວໍຊິງຕັນໃນວັນທີ່ 9 ມີນາວ່າ: ຄຣິບໂຕຈະໄດ້ຮັບແຮງກະທົບຈາກການປ່ຽນແປງ ລະບົບທາງການເງິນ, ແລະຍັງໄດ້ເສີມຕື່ມວ່າ “ປະໂຫຍດຈາກນະວັດຕະກຳຈະເກີດຂຶ້ນໄດ້ກໍຕໍ່ເມື່ອມີການລ້ອມຮົ້ວທີ່ເໝາະສົມ”
ແຫຼ່ງອ້າງອິງ: Cointelegraph
🌠ສົງຄາມລາຄາຂອງຕະຫຼາດລົດ EV ໄດ້ເລີ່ມຂຶ້ນແລ້ວ ຜູ້ຜະລິດແບັດເຕີຣີ່ລົດອາດຈະມີພຽງລາຍໃຫຍ່ທີ່ມີໂອກາດເຂົ້າເຖິງສ່ວນປະກອບພື້ນຖານໄດ້ກ່ອນໃຜ
🧵 ປັດຈຸບັນຈີນເປັນເຈົ້າຕະຫຼາດລົດ EV ອັນດັບໜຶ່ງຂອງໂລກ ມີຍອດຂາຍແລະຜູ້ໃຊ້ງານຫຼາຍທີ່ສຸດ ແລະຍັງເຕີບໂຕໄດ້ຢ່າງໄວວາ, ນັ້ນກໍເປັນເພາະວ່າປະເທດຈີນມີອຸປະກອນແລະສ່ວນປະກອບຕ່າງໆພ້ອມສຳຫຼັບການຜະລິດລົດ EV ຢູ່ຕະຫຼອດເວລາ ບໍ່ເປັນຮອງໃຜແບບດຽວກັນກັບການຜະລິດເຄື່ອງປັບອາກາດ ຫຼືໂທລະສັບມືຖືທີ່ຈີນເດັ່ນດ້ານນີ້.
ລ່າສຸດຜູ້ຜະລິດລົດ EV ໃນຈີນຕ່າງກໍຕ້ອງແຂ່ງຂັນກັນຕັດລາຄາລົງເພື່ອທີ່ຈະຍາດລູກຄ້າທີ່ມີຢູ່ໃນແຜ່ນດິນໃຫຍ່ ເຊັ່ນ: Tesla ທີ່ຫຼຸດລາຄາລົງໄປແລ້ວກວ່າ 13.5% ກັບຣຸ່ນ Model 3 ແລະ Model Y ແຕ່ເຖິງຢ່າງນັ້ນ ສ່ວນແບ່ງການຕະຫຼາດຂອງ Tesla ກໍຍັງຫຼຸດລົງຢູ່ດີ ຈາກ 15% ລົງໄປທີ່ 10% ບົ່ງບອກເຖິງການແຂ່ງຂັນທີ່ດຸເດືອດຫຼາຍຂຶ້ນ ແລະກະແສນີ້ອາດລຸກລາມໄປໄດ້ເປັນວົງກວ້າງສູ່ຕະຫຼາດ EV ທົ່ວໂລກ.
ແຫຼ່ງອ້າງອິງ: 13D Research & Strategy

PubBit Laos
PubBit Laos
No activity yet